Okardcare banner background

ບັນດາຜູ້ຊ່ຽວຊານສະເພາະດ້ານ ທີ່ມີປະສົບການ ໃຫ້ທ່ານຄູ້ມຄ່າກວ່າ​

  

ແນະນໍາທ່ານໝໍ

ພວກເຮົາຍິນດີໃຫ້ຄໍາປຶກສາພະຍາດທຸກປະເພດ, ວິທີການປິ່ນປົວ, ການຮັກສາ ແລະ ອື່ນໆ ໃຫ້ແກ່ທ່ານເປັນພິເສດ

ບໍລິການຂອງພວກເຮົາ

ພວກເຮົາມຸ່ງຫມັ້ນສະໜອງໃຫ້ຄໍາປຶກສາຫາທາງເລືອກທີດີທີ່ສຸດ, ເໝາະສົມກັບຄວາມຕ້ອງການ ແລະ ຕອບໂຈດ. ການບໍລິການຂອງພວກເຮົາປະກອບມີ:

ທ່ານໝໍຊ່ຽວຊານ

ທ່ານໝໍຊ່ຽວຊານ

ທ່ານໝໍທີ່ມີວຸດທິການສຶກສາສູງ, ມີປະສົບການໃນດ້ານວິຊາສະເພາະ ສາມາດໃຫ້ການຊ່ວຍເຫຼືອ ໃຫ້ຄຳປຶກສາຫາຊ່ອງທາງ ການຮັກສາສຸຂະພາບໃນສະຖານທີທີ່ເໝາະສົມ ແລະ ຕອບໂຈດຕາມຄວາມຕ້ອງການຂອງທ່ານໃຫ້ຫຼາຍທີ່ສຸດ. ພ້ອມທາງແນະນໍາໂຮງໝໍ ຫຼື ທ່ານໝໍທີ່ເໝາະສົມໃນການປິ່ນປົວ ດູແລສຸຂະພາບ.

ທ່ານໝໍປະຈໍາຕົວ

ທ່ານໝໍປະຈໍາຕົວ

ບໍລິການທ່ານໝໍສ່ວນຕົວໃຫ້ທ່ານມີຄວາມຍືດຫຍຸ່ນໃນການປຶກສາ, ພ້ອມຕິດຕາມສຸຂະພາບຂອງທ່ານ ຕາມຄວາມຕ້ອງການ ບໍ່ວ່າທ່ານຈະມີຄວາມກັງວົນກ່ຽວກັບສຸຂະພາບ ຫຼື ປຶກສາດ່ວນໃນດ້ານສຸຂະພາບ, ສຸກເສີນ, ການນັດໝາຍທ່ານໝໍໃຫ້ຄໍາປຶກສາໄດ້ຢ່າງງ່າຍດາຍ ແລະ ທຸກ​ເວ​ລາ​ຕາມທີ່ຕ້ອງການ.

ສຸກເສີນ

ສຸກເສີນ

ບໍລິການການດູແລສຸຂະພາບເວລາສຸກເສີນ ສະຫນອງການເຂົ້າເຖິງຜູ້ຊ່ຽວຊານດ້ານການແພດທັນທີ ບໍ່ຈໍາເປັນຕ້ອງນັດຫມາຍ. ບໍ່ວ່າຈະເປັນພະຍາດກະທັນຫັນ, ການບາດເຈັບ ແລະ ເຫດສຸກເສີນ ພວກເຮົາພ້ອມໃຫ້ບໍລິການ 24 ຊົ່ວໂມງ ເພື່ອປຶກສາຫາລື ແລະ ແກ່ໄຂຂັ້ນພື້ນຖານທັນທີ.

ແຫຼ່ງຄວາມຮູ້

ແຫຼ່ງຄວາມຮູ້

ໂອກາດແຄຣ ໃຫ້ການບໍລິການແຫຼ່ງຂໍ້ມູນທີ່ເປັນຄວາມຮູ້ໃຫ້ແກ່ທຸກຄົນ ເພື່ອເປັນການຮັກສຸຂະພາບດ້ວຍຕົວທ່ານເອງທີ່ຖືກຕ້ອງຕາມຫຼັການທາງການແພດ, ທັນສະໄຫມ, ແລະ ສາມາດປະຕິບັດໄດ້ ບໍ່ວ່າ ຈະເປັນຄົນເຈັບ, ຜູ້ເບິ່ງແຍງຄົນເຈັບ ແລະ ຜູ້ທີ່ຮັກໃນການດູແລສຸຂະພາບ.

ຂັ້ນຕອນການສະໝັກ ແລະ ນໍາໃຊ້

How to Login
How to Meet doctor
How to Create an appointment
How to Consultation
  1. 1

    ສະໝັກບັນຊີ ແລະ ເຂົ້າລະບົບ

    ລົງທະບຽນສໍາລັບບັນຊີໃຫມ່ ໃນໂອກາດແຄຣ ໄດ້ງ່າຍໆ ດ້ວຍອີເມວ ຫຼື ເບິໂທລະສັບ ເຂົ້າສູ່ລະບົບດ້ວຍຂໍ້ມູນສ່ວນຕົວທີ່ຖຶກຕ້ອງ ແລະ ປອດໄພ ເພື່ອເຂົ້າເຖີງລະບົບ.

  2. 2

    ຄົ້ນຫາທ່ານໝໍທີ່ເໝາະສົມ

    ການຄົ້ນຫາທ່ານໝໍຜູ້ຊ່ຽວຊານ, ກວດເບິ່ງໂປຣໄຟລ໌, ເບິ່ງຍອດຄອມເມັນ, ເວລາຫວ່າງຂອງທ່ານໝໍ ແລະ ເລືອກເວລາທີ່ເຫມາະສົມທີ່ສຸດສໍາລັບຄວາມຕ້ອງການຂອງທ່ານ.

  3. 3

    ນັດໝາຍ

    ເລືອກທ່ານໝໍທີ່ຫວ່າງ ແລະ ເລືອກເວລາໃນຕາຕະລາງຂອງທ່ານໝໍທີ່ກໍານົດໄວ້ ເພື່ອຈອງ ແລະ ຢືນຢັນການນັດໝາຍໃຫ້ຖຶກຕ້ອງຕາມຂັ້ນຕອນ.

  4. 4

    ເຂົ້າຮ່ວມການສົນທະນາ

    ການສົນທະນາ ແມ່ນອີງຕາມເວລາທີ່ໄດ້ນັດໝາຍໄວ້ ເມື່ອຮອດເວລາ ທ່ານໝໍຈະໂທຫາທັນທີ ຫຼື ທ່ານສາມາດໂທຫາທ່າໜໍກໍ່ໄດ້ ໂດຍຜ່ານລະບົບໂອກາດແຄຣ ພາຍໃຕ້ໄລຍະເວລາການນັດໝາຍເທົ່ານັ້ນ (ທ່ານຕ້ອງເຂົ້າລະບົບໂອກາດແຄຣ ກ່ອນຈະເຖີງເວລາສົນທະນາ).

ຜົນປະໂຫຍດທີ່ຄູ່ຮ່ວມງານຈະໄດ້ຮັບ

1. ຊ່ວຍເຫຼືອສັງຄົມ

  • ສ້າງຄວາມສະດວກສະບາຍ ທາງດ້ານການຮັກສາດູແລສຸຂະພາບ ແລະ ການປິ່ນປົວ ແນະນໍາຊ່ອງທາງທີດີໃຫ້ທຸກຄົນສາມາດເຂົ້າເຖີງການໃຫ້ບໍລິການທີ່ມີຄຸນນະພາບແກ່ປະຊາຊົນ.

2. ສົ່ງເສີມ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ

  • ສະໜອງຂໍ້ມູນທາງດ້ານສຸຂະພາບທີ່ຖຶກຕ້ອງຕາມຫຼັກວິທະຍາສາດ ເພື່ອຫຼິກເວັ້ນຄວາມເຊື່ອຖືແບບງົມງວຍ ໂດຍຜ່ານການໃຫ້ຄໍາປຶກສາ, ສຳມະນາ ແລະ ການໂຄສະນາ ປູກຈິດສໍານຶກດ້ານສຸຂະພາບແກ່ປະຊາຊົນ ໃຫ້ມີຊີວິດທີ່ດີຂື້ນ.
  • ເປັນທິປຶກສາ​ໃຫ້ແກ່​ບັນດາ​ໄວໜຸ່ມ, ນັກຮຽນ-ນັກ​ສຶກສາ ແລະ ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໃຫຍ່ຂະຫຍາຍຕົວອາຊີບ​ແພດ​ໝໍໃຫ້ມີປະສິດທິພາບ.

3. ກາຍເປັນທີ່ຮູ້ຈັກ ແລະ ນັບຖື

  • ເປັນທີ່ຮູ້ຈັກ ແລະ ຍອມຮັບຈາກສັງຄົມ ໃນການເຕີບໃຫ່ຍຂະຫຍາຍຕົວທາງດ້ານຊື່ສຽງ ແລະ ກິດຈະກໍາ.
  • ສ້າງຊື່ສຽງໃຫ້ເຂັ້ມແຂງ ໂດຍເປັນຜູ້ນໍາທາງດ້ານວິທະຍາສາດ, ເປັນບຸກຄົນທີ່ສໍາຄັນ ໃນການພັດທະນາສັງຄົມ.

4. ສ້າງລາຍໄດ້

  • ສາມາດເຂົ້າເຖິງແຫຼ່ງລາຍຮັບ ລວມທັງການໃຫ້ຄໍາປຶກສາ, ການໃຫ້ຄວາມຮູ້ ແລະ ການບໍລິການພິເສດ.
  • ໄດ້ຮັບຜົນປະໂຫຍດຈາກຮູບແບບການແຂ່ງຂັນ ການໃຫ້ບໍລິການທາງດ້ານສຸຂະພາບ ແລະ ແຮງຈູງໃຈທາງດ້ານການເງິນ.
Earn money with Okardcare

ຄໍາຖາມທີ່ຖືກຖາມເລື້ອຍໆ

Loading...
ຊອກຫາທ່ານໝໍຊັ້ນນໍາ ແລະ ຜູ້ຊ່ຽວຊານດ້ານການດູແລສຸຂະພາບໃກ້ທ່ານ