ພວກເຮົາມີຄວາມມຸ້ງໝັ້ນອອກແບບລະບົບໃຫ້ໃຊ້ງານງ່າຍ, ກະທັດຮັດ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ຢ່າງແທ້ຈິງ, ລວມທັງຄົນມີລາຍໄດ້ຕໍ່າ ຫຼື ຢູ່ໃນຊົນນະບົດກໍ່ສາມາດເຂົ້າເຖິງໄດ້ງ່າຍ ເພື່ອແກ້ໄຂຄວາມຍຸ້ງຍາກຂອງຄົນເຈັບ ທີ່ມີຄວາມຕ້ອງການຂໍຄຳປຶກສາຫາລືຈາກແພດໝໍທີ່ມີຄວາມຮູ້, ມີປະສົບການ ແລະ ມີຄວາມຊ່ຽວຊານສະເພາະດ້ານຢ່າງແທ້ຈິງ ທາງດ້ານສຸຂະພາບ, ສະຖານທີ່ປິ່ນປົວ ແລະ ແນະນຳທ່ານໝໍທີ່ກ່ຽວຂ້ອງໃຫ້ຄົນເຈັບ ຫຼື ຜູ້ໃຊ້ບໍລິການ ໃຫ້ມີສຸຂະພາບທີ່ດີ, ໃຫ້ສະດວກສະບາຍເຫັນຊ່ອງທາງທີ່ຈະເຂົ້າໄປກວດ, ປະຢັດເວລາ ແລະ ປະຢັດເງິນ. ພວກເຮົາມີຄວາມຊື່ສັດ ແລະ ຈິງໃຈ ໃນການປົກປ້ອງດ້ານຄວາມປອດໄພຂອງຂໍ້ມູນ ຂອງຜູ້ໃຊ້ບໍລິການທຸກທ່ານ ລວມທັງຄົນເຈັບ ແລະ ແພດໝໍ ໃນລະດັບມາດຕະຖານສາກົນ. ພວກເຮົາມີຄວາມຍິນດີຮັບຟັງຄໍາຕິຊົມ ຈາກທ່ານຜູ້ໃຊ້ບໍລິການ ແລະ ປັບປຸງລະບົບໃຫ້ດີຂື້ນເລື້ອຍໆຢ່າງຕໍ່ເນື່ອງ.

ພັດທະນາລະບົບແພລດຟອມດິຈິຕອນດ້ານສຸຂະພາບ ໃຫ້ກາຍເປັນລະບົບຊັ້ນນໍາຂອງພູມມີພາກ ທີ່ເປີດໃຫ້ທຸກຄົນເຂົ້າເຖິງການໃຫ້ບໍລິການທາງການແພດງ່າຍ, ວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້. ຊຶ່ງມີເປົ້າໝາຍທີ່ຈະກ້າວເປັນແພລດຟອມທີ່ມີການນຳໃຊ້ຄຽງຄູ່ກັບຊີວິດປະຈຳວັນ ແລະ ການຍອມຮັບຈາກທັງຜູ້ໃຊ້ ແລະ ແພດໝໍ ໂດຍບໍ່ແມ່ນພຽງແຕ່ເປີດໃຊ້ໃນເຂດໃດເຂດໜຶ່ງຂອງປະເທດ, ແຕ່ເປັນການມຸ່ງ ໜ້າຂະຫຍາຍການນໍາໃຊ້ໃຫ້ຄວບຄຸມຫຼາຍປະເທດໃນພູມມີພາກອາຊີ ໃຫ້ຜູ້ໃຊ້ສາມາດໄດ້ຮັບຄໍາປຶກສາ, ຄຳແນະນຳ, ແລະ ຕິດຕາມອາການໄດ້ທຸກເວລາ ລະຫວ່າງແພດໝໍຕ່າງປະເທດ ແລະ ຄົນເຈັບພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງໄປໂຮງໝໍດ້ວຍຕົນເອງ ຫຼື ກໍລະນີ ທີ່ມີຄວາມຈຳເປັນສຸກເສີນ ກໍ່ສາມາດໃຊ້ບໍລິການໄດ້ທັນທີ ຜ່ານແຊັດສົນທະນາ ຫຼື video call ກັບຜູ້ຊ່ຽວຊານ ໂດຍບໍ່ມີການນັດໝາຍລ່ວງໜ້າ. ລະບົບສາມາດຮັບຮອງຂໍ້ມູນ, ການປົກປ້ອງຂໍ້ມູນສ່ວນຕົວ, ການເຂົ້າລະບົບດ້ວຍ OTP ຫຼື Biometric ແລະ ເປັນໄປຕາມມາດຕະຖານສາກົນ ພ້ອມກັນນັ້ນແພດໝໍຜູ້ຊ່ຽວຊານ ທີ່ໃຫ້ບໍລິການທຸກທ່ານ ແມ່ນມີໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ, ມີຕົວຕົນ ແລະ ບ່ອນເຮັດວຽກຢ່າງຊັດເຈນ.

ເພື່ອເປີດໂອກາດໃຫ້ທຸກຄົນ ສາມາດເຂົ້າເຖິງຄໍາປຶກສາທາງສຸຂະພາບທີ່ປອດໄພ, ທັນເວລາ ແລະ ມີຄຸນນະພາບ ຜ່ານແພລດຟອມດິຈິຕອນ. ເຊິ່ງມີໜ້າທີ່ ແລະ ຈຸດປະສົງທີ່ສໍາຄັນຫຼາຍຢ່າງເຊັ່ນ: ທຸກຄົນສາມາດເຂົ້າເຖິງການໃຫ້ບໍລິການສຸຂະພາບຢ່າງທົ່ວເຖິງ ໂດຍທຸກຄົນສາມາດໄດ້ຮັບຄໍາປຶກສາທາງການແພດໄດ້ງ່າຍ ບໍ່ວ່າຈະຢູ່ໃນເມືອງ ຫຼື ຊົນນະບົດ. ຫຼຸດພາລະຄ່າໃຊ້ຈ່າຍໃນການເດີນທາງ ຫຼື ລໍຖ້າພົບແພດໝໍ ທີ່ໃຊ້ເວລາໂດຍບໍ່ຈຳເປັນ, ເພີ່ມຄຸນນະພາບຊີວິດ ດ້ວຍການເຊີນຊວນເຂົ້າໃຊ້ບໍລິການໃຫ້ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ, ຕື່ນຕົວ ແລະ ໃສ່ໃຈສຸຂະພາບຂອງຕົນເອງ. ສ່ວນພະນັກງານແພດໝໍຜູ້ຊ່ຽວຊານການແພດ ສາມາດໃຫ້ບໍລິການຄໍາແນະນໍາ ການປະຕິບັດໃຫ້ຖືກຕ້ອງຖືກວີທີທາງການແພດ, ມີຄວາມປອດໄພ. ປະຫວັດສຸຂະພາບຂອງຜູ້ໃຊ້ບໍລິການ ເປັນການສ້າງຖານຂໍ້ມູນ ເພື່ອໃຊ້ປະໂຫຍດໃນອະນາຄົດ ແລະ ສົ່ງເສີມລະບົບສຸຂະພາບຂອງຊາດ ພ້ອມທັງສະໜອງທາງເລືອກໃຫ້ກັບນະໂຍບາຍຂອງລັດ ໃນການພັດທະນາລະບົບ e-Health ຫຼື Telemedicine ອີກດ້ວຍ.

ການເດີນທາງຂອງພວກເຮົາໄດ້ເລີ່ມຕົ້ນດ້ວຍວິໄສທັດທີ່ຈະເຮັດໃຫ້ການດູແລສຸຂະພາບທີ່ມີຄຸນນະພາບສາມາດເຂົ້າເຖິງໄດ້ທຸກເວລາ, ທຸກສະຖານທີ່. ທຸກຈຸດໝາຍສະທ້ອນເຖິງພາລະກິດຂອງພວກເຮົາໃນການປັບປຸງຊີວິດຜ່ານນະວັດຕະກໍາດິຈິຕອນ.
ເລີ່ມຕົ້ນກ່ຽວກັບການຄົ້ນຄວ້າປັນຫາໃນການດູແລສຸຂະພາບຂອງປະຊາຊົນ ແລະ ການສ້າງວິໄສທັດໃໝ່ສຳລັບການເຂົ້າເຖິງການຮັບການຮັກສາທີ່ມີຄຸນນະພາບ.
ພັດທະນາແພລດຟອມ ໂອກາດແຄຣ ດ້ວຍການອອກແບບທີ່ໃຫ້ຄວາມສຳຄັນກັບປະສົບການຜູ້ໃຊ້, ຄວາມປອດໄພ ແລະ ການຮອງຮັບການຂະຫຍາຍໃນອະນາຄົດ.
ເປີດໃຊ້ງານແພລດຟອມ ໂອກາດແຄຣ ຢ່າງເປັນທາງການ ພ້ອມກັບການປະສານງານກັບໝໍ ເພື່ອໃຫ້ການບໍລິການໄດ້ຢ່າງທົ່ວເຖີງ.
ບໍລິການ
ທ່ານໝໍຊ່ຽວຊານ
ທ່ານໝໍປະຈໍາຕົວ
ສຸກເສີນ
ແຫຼ່ງຄວາມຮູ້
@Okardcare 2024 | ສະຫງວນລິຂະສິດທັງໝົດ | Powered by Okardtech