ນະໂຍບາຍການໃຊ້ບໍລິການ

ອັບເດດລ່າສຸດ: 30 ສິງຫາ 2025

ນະໂຍບາຍ ແລະ ເງື່ອນໄຂການໃຫ້ບໍລິການເຫຼົ່ານີ້ ແມ່ນຄວບຄຸມການນຳໃຊ້ແພຣດຟອມ ໂອກາດແຄຣ ລວມທັງແອັບພລິເຄຊັນມືຖື, ເວັບໄຊທ໌ ແລະ ການບໍລິການອື່ນໆທີ່ກ່ຽວຂ້ອງ. ກະລຸນາໃຫ້ທຸກໆທ່ານອ່ານນະໂຍບາຍ ແລະ ເງື່ອນໄຂຂອງລະບົບໃຫ້ເຂົ້າໃຈຢ່າງລະອຽດ ກ່ອນຈະລົງທະບຽນ ຫຼື ໃຊ້ບໍລິການຂອງພວກເຮົາ ເພື່ອຄວາມໝັ້ນໃຈສິດທິໃນການນຳໃຊ້ໃນລະບົບຢ່າງຖືກຕ້ອງ.

1. ໂອກາດແຄຣເຮັດກ່ຽວກັບຫຍັງ?.

  • ໂອກາດແຄຣແມ່ນລະບົບ ຫຼື ແພຣດຟອມທີ່ເປັນຕົວກາງສະໜອງ ການຊື່ອມຕໍ່ລະຫວ່າງຄົນເຈັບກັບທ່ານຫມໍ ໃຫ້ການປຶກສາທາງດ້ານສຸຂະພາບ, ແນະນໍາສະຖານທີ່ປິ່ນປົວ, ຮັກສາ ແລະ ປ້ອງກັນຈາກທ່ານໝໍຜູ້ຊ່ຽວຊານທາງການແພດທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງຖືກຕ້ອງ.
  • ພວກເຮົາສະໜອງການຈອງນັດໝາຍ, ການໃຫ້ຄຳປຶກສາວິດີໂອ/ສຽງ.
  • ອກາດແຄຣບໍ່ແມ່ນໂຮງໝໍ ຫຼື ຄລີນິກ ແລະ ບໍ່ໄດ້ຮັບການປິ່ນປົວທາງການແພດດ້ວຍຕົນເອງ, ແຕ່ສາມາດໃຫ້ຄຳແນະນຳສະຖາທີ່ປິ່ນປົວທີ່ເໝາະສົມ ແລະ ຕອບໂຈດ ເຊັ່ນ: ປະຢັດເວລາ, ປະຢັດເງິນ ແລະ ບໍລິການວ່ອງໄວທັນໃຈ ພ້ອມທັງຄຸນນະພາບໃຫ້ແກ່ທ່ານທຸກເວລາ.

2. ເງື່ອນໄຂການຂອງຜູ້ໃຊ້ບໍລິການ

  • ຕ້ອງມີຄວາມຈິງໃຈເຂົ້າໃຊ້ບໍລິການສອບຖາມຂໍ້ມູນກັບທ່ານໝໍ ໃນລະບົບຕາມວັດຖຸປະສົງໃນການປິ່ນປົວ ຫຼື ຮັກສາພະຍາດຢ່າງແທ້ຈິງ.
  • ປ້ອນຂໍ້ມູນຂອງຕົນເອງ ໃຫ້ຖືກຕ້ອງຕາມຄວາມຈິງ ເພື່ອການກວດສອບ ແລະ ຕ້ອງປະຕິບັດຕາມຂັ້ນຕອນທີ່ລະບົບກໍານົດໄວ້.
  • ໃຫ້ຈ່າຍເງິນຄ່າບໍລິການຈອງນັດໝາຍຢູ່ໃນລະບົບ ຕາມຂັ້ນຕອນໃຫ້ຖືກຕ້ອງ ລະບົບຈຶ່ງຈະສາມາດອະນຸຍາດໃນການນັດໝາຍກັບທ່ານໝໍໄດ້.
  • ຕ້ອງກວດສອບປະຫວັດ ແລະ ຄວາມກ່ຽວຂ້ອງຂອງທ່ານໝໍ ທີ່ຕົນເອງຢາກປຶກສາໃຫ້ແນ່ໃຈກ່ອນ ຈອງນັດໝາຍເພື່ອໃຫ້ໄດ້ຕາມທີ່ຕ້ອງການຫຼາຍທີ່ສຸດ.
  • ສາມາດແນະນຳເພື່ອນມາໃຊ້ ບໍລິການລະບົບນີ້ໄດ້ ໂດຍໃຊ້ລະຫັດ ID ຫຼື ລີ້ງແນະນໍາໃນ ໂປຣໄຟລຂອງຕົນເອງ ເພື່ອປ້ອນເຂົ້າໃນຂັ້ນຕອນການສະໝັກຂອງຜູ້ຖືກແນະນໍາ ລະບົບຈະໃຫ້ 5000 ຄະແນນທັນທີ ຕໍ່ການແນະນຳ 1 ທ່ານ. ໂດຍສາມາດນຳເອົາຄະແນນດັ່ງກ່າວມາ ນັດໝາຍກັບທ່ານໝໍໄດ້ ໃນອັດຕາ 1 ຄະແນນຕໍ່ 1 ກີບ ສໍາລັບຜູ້ເຂົ້າມາໃຊ້ລະບົບຂອງພວກເຮົາເທົ່ານັ້ນ.
  • ວຽກສຸກເສີນຢາກຍົກເລີກ ການນັດໝາຍກັບທ່ານໝໍ ແມ່ນຕ້ອງແຈ້ງໃຫ້ລະບົບຮູ້ລ່ວງໜ້າຢ່າງໜ້ອຍ 30 ນາທີ ເພື່ອໃຫ້ຄົນເຈັບຜູ້ໃໝ່ເຂົ້າມານັດໃຊ້ບໍລິການ ແລະ ບໍ່ເປັນການເສຍເວລາຂອງທ່ານໝໍ. ຖ້າບໍ່ແຈ້ງລ່ວງໜ້າຕາມເວລາກໍານົດດັ່ງກ່າວ ແມ່ນລະບົບຈະຕັດເງິນ 10,000 ກີບ ຕໍ່ຄັ້ງ.
  • ຄົນເຈັບ ສາມາດໂທປຶກສາກັບທ່ານໝໍໄດ້ພາຍໃນ 24 ຊົ່ວໂມງ ທັງສາຍສຸກ ແລະ ສາຍການນັດໝາຍລ່ວງໜ້າ, ໂດຍຄິດໄລ່ຄ່າບໍລິການແຕກຕ່າງກັນເຊັ່ນ: ສາຍສຸກເສີນ 6,000 ກີບ ຕໍ່ນາທີ ແລະ ສາຍການນັດໝາຍລ່ວງໜ້າ 3,000 ກີບ ຕໍ່ນາທີ.

    1. ການລົງທະບຽນ ແລະ ການເຂົ້າສູ່ລະບົບ

    • ຕ້ອງມີອາຍຸ 18 ປິຂື້ນໄປ.
    • ອາຍຸນ້ອຍກ່ວາ 18 ປິຕ້ອງໄດ້ຮັບການຢືນຢືນຈາກຜູ້ປົກຄອງເຊັ່ນ: ການຢືນຢັນເລກບັດປະຈໍາຕົວ ຫຼື ໜັງສືຜ່ານແດນຈາກຜູ້ປົກຄອງ.
    • ຄົນເຈັບຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຂໍ້ມູນຄວາມຈິງໃນເວລາສ້າງບັນຊີ.
    • ຄົນເຈັບແຕ່ລະຄົນອາດມີບັນຊີດຽວເທົ່ານັ້ນ ແລະ ບໍ່ສາມາດແບ່ງປັນລາຍລະອຽດການເຂົ້າສູ່ລະບົບກັບຜູ້ອື່ນໄດ້.
    • ຄົນເຈັບມີຄວາມຮັບຜິດຊອບໃນການຮັກສາ ອິເມວ, ເບີໂທ ແລະ ລະຫັດຜ່ານ OTP ຂອງຕົນໃຫ້ປອດໄພ.

    2. ການນັດໝາຍ ແລະ ການຍົກເລີກ

    • ຄົນເຈັບສາມາດນັດໝາຍການປຶກສາຫາລືກັບທ່ານຫມໍຕາມຕາຕະລາງເວລາທີ່ໄດ້ກໍານົດ.
    • ການຈອງໄດ້ຮັບການຢືນຢັນ ກໍ່ຕໍ່ເມື່ອໄດ້ຈ່າຍເງິນສໍາເລັດແລ້ວເທົ່ານັ້ນ.
    • ຄົນເຈັບສາມາດຍົກເລີກການນັດໝາຍ 30 ນາທີ ກ່ອນການປຶກສາຫາລື (ກ່ອນການສົນທະນາ) ແລະ ຈະຖືກຄິດຄ່າທໍານຽມການຍົກເລີກ (10,000 ກີບ/ຄັ້ງ), ຍົກເວັ້ນກໍລະນີຄວາມລົ້ມເຫລວທາງດ້ານເຕັກນິກທີ່ມາຈາກໂອກາດແຄຣ ຫຼື ທ່ານໝໍບໍ່ຮັບສາຍ.
    • ກໍລະນີທີ່ບໍ່ສາມາດຍົກເລີກການນັດໝາຍ ຄົນເຈັບສາມາດປ່ຽນເວລານັດໝາຍໃໝ່ ດ້ວຍຕົນເອງ ໂດຍບໍ່ໄດ້ເສຍຄ່າທໍາທຽມໃດໆ.
    • ຖ້າທ່ານຫມໍຍົກເລີກ,ຄົນເຈັບຈະໄດ້ຮັບການສົ່ງເງິນຄືນທັງໝົດ ຫຼື ມີທາງເລືອກໃຫ້ສາມາດກໍານົດເວລານັດໝາຍໃຫມ່.

    3. ຄ່າບໍລິການ

    • ຄ່າບໍລິການການໂທນັດໝາຍລ່ວງໜ້າ 3,000ກີບ/ນາທີ.
    • ຄ່າບໍລິການໂທສາຍດ່ວນ 6,000ກີບ/ນາທີ.
    • ຄ່າທໍານຽມການຍົກເລິກ 10,000ກີບ/ຄັ້ງ.
    • ຄ່າທໍານຽມການັດໝາຍທີ່ບໍ່ປະຕິບັດຕາມເວລາ(ບໍ່ໂທຫາທ່ານໝໍ) 10,000ກີບຕໍ່ຄັ້ງ.

    4. ການຈ່າຍເງິນ

    • ການຈ່າຍເງິນທັງໝົດຕ້ອງສຳເລັດຜ່ານແພລດຟອມ Okardcare ເທົ່ານັ້ນ.
    • ການຈ່າຍເງິນຄ່າບໍລິການ ແມ່ນຈະບໍ່ໄດ້ຮັບເປັນເງິນສົດ ຕ້ອງຈ່າຍຜ່ານທະນະຄານດ້ວຍການໂອນເຊັ່ນ: BCEL One, ບັດສາກົນ (ບັດເຄຣດິດ/ເດບິດ) ແລະ ອື່ນໆ.

    5. ການຄືນເງິນ

    • ທ່ານຫມໍຍົກເລີກ ແລະ ທ່ານໝໍບໍ່ເຂົ້າຮ່ວມ ຫຼື ບໍ່ຮັບສາຍ.
    • ບໍ່ສາມາດດໍາເນີນການປຶກສາຫາລື(ສົນທະນາ) ໄດ້ເນື່ອງຈາກບັນຫາທາງເຕັກນິກຂອງ Okarcare
    • ການຄືນເງິນຈະດໍາເນີນການພາຍໃນໄລຍະເວລາ 10-15 ວັນ

    6. ເງື່ອນໄຂທີ່ບໍ່ໄດ້ຮັບການຄືນເງິນ

    • ການຄືນເງິນອາດຈະຖືກປະຕິເສດ ຖ້າຫາກວ່າ ການບໍລິການ ການນັດໝາຍເຖີງເວລາສົນທະນາແລ້ວ ຜູ້ກ່ຽວບໍ່ເຂົ້າຮ່ວມ, ບໍ່ຮັບສາຍ ແລະ ບໍ່ໄດ້ປະຕິບັດຕາມເງື່ອນໄຂຂອງຜູ້ໃຊ້ບໍລິການ.
    • ກໍລະນີປຶກສາກັບທ່ານໝໍແລ້ວ ແຕ່ຍັງບໍ່ໄດ້ຕາມຄວາມຕ້ອງການເທົ່າທີຄວນ ລະບົບໂອກາດແຄຣ ຈະບໍ່ຄືນຄ່າບໍລິການ ໄລຍະເວລາທີ່ໃຊ້ໄປ, ຢ່າງໃດກໍຕາມ ຖ້າໄລຍະເວລາທີ່ນັດໝາຍຍັງເຫຼືອ 5 ນາທີ ຂື້ນໄປ ສາມາດຈອງນັດໝາຍກັບທ່ານໝໍຄົນໃໝ່ໄດ້
    • ຖ້າການສື່ສານຖືກລົບກວນເນື່ອງຈາກປັດໃຈຕ່າງໆເຊັ່ນ ການເຊື່ອມຕໍ່ອິນເຕີເນັດທີ່ບໍ່ຫມັ້ນຄົງ, ສຽງລົບກວນຈາກສະພາບແວດລ້ອມ ແລະ ອື່ນໆ ລະບົບຈະບໍ່ໃຫ້ເງິນຄືນ.

    7. ລາງວັນການແນະນໍາ

    • ຄົນເຈັບສາມາດແນະນໍາຜູ້ອື່ນໂດຍໃຊ້ລະຫັດແນະນໍາທີ່ມີໃນໂປຣໄຟລ.
    • ຜູ້ແນະນໍາຈະໄດ້ຮັບ 5,000 ຄະແນນຕໍ່ຄັ້ງຕໍ່ບັນຊີ.

3. ຂໍ້​ຈໍາ​ກັດ​ຂອງ​ຄວາມ​ຮັບ​ຜິດ​ຊອບ ແລະ ການແກ້ໄຂຂໍ້ຂັດແຍ້ງ

1. ຂໍ້​ຈໍາ​ກັດ​ຂອງ​ຄວາມ​ຮັບ​ຜິດ​ຊອບ

  1. ໂອກາດແຄຣໃຫ້ການເຂົ້າເຖິງແພດທີ່ມີໃບອະນຸຍາດໃຫ້ຄວາມຊ່ວຍເຫຼື່ອ ໃນການປຶກສາຫາລື ທາງໄກ(Online)ໃນການປິ່ນປົວ, ຮັກສາ ແລະ ບໍາບັດສຸຂະພາບເທົ່ານັ້ນ.
  2. ໂອກາດແຄຣຈະບໍ່ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆເຊັ່ນ: ໃບສັ່ງຢາ, ການປິ່ນປົວ ແລະ ອື່ນໆ ໂດຍຜ່ານການແນະນໍາຈາກທ່ານໝໍ.
  3. ໂອກາດແຄຣຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍຈາກການປິ່ນປົວທຸກໆກໍລະນີທີ່ເກີດຂື້ນເຊັ່ນ: ການຊື້ຢາດ້ວຍຕົນເອງ, ການປິ່ນປົວ ຈາກສະຖານທີ່ອື່ນໆ ພາຍໃຕ້ການນໍາແນະຂອງທ່ານໝໍກໍ່ຕາມ.

2. ຂໍ້ຂັດແຍ້ງ

  1. ທາງດ້ານການເງິນ
    1. ຂໍ້ຂັດແຍ້ງກ່ຽວກັບການຈ່າຍເງິນອາດຈະເກີດຂຶ້ນ ກ່ຽວກັບຄວາມຜິດພາດຈາກການຈ່າຍເງິນໃນການນັດໝາຍ, ຄ່າບໍລິການຊໍ້າກັນ ແລະ ອື່ນໆ.
    2. ຄົນເຈັບຕ້ອງແຈ້ງໃຫ້ ໂອກາດແຄຣ ພາຍໃນ 7 ວັນ ນັບຕັ້ງແຕ່ການເຮັດທຸລະກໍາທີ່ມີຂໍ້ຂັດຜິດຜາດ.
    3. ໂອກາດແຄຣ ຈະກວດສອບເບິ່ງຕາມກໍລະນີ ແລະ ຖ້າຖືກຕ້ອງກໍ່ຈະຄືນເງິນຕາມນະໂຍບາຍ ການຄືນເງິນ(ໃນຂໍ້ 4 ຂອງເງືອນໄຂການໃຊ້ບໍລິການ).
  2. ທາງດ້ານການສື່ສານ
      ຖ້າຂໍ້ຂັດແຍ້ງເກີດຂຶ້ນລະຫວ່າງຄົນເຈັບກັບທ່ານຫມໍໃນລະຫວ່າງ ຫຼື ຫຼັງຈາກການປຶກສາຫາລື (ຂໍ້ຈໍາກັດເວລາ, ຄໍາເວົ້າບໍ່ສຸພາບ, ຄວາມບໍ່ພໍໃຈກັບຄໍາແນະນໍາທາງການແພດ, ບັນຫາການສື່ສານ, ຫຼື ການແນະນໍາວິທີການທີ່ບໍຖຶກຕ້ອງ).
  3. ທາງດ້ານຂໍ້ມູນສ່ວນຕົວ
      ຖ້າຂໍ້ຂັດແຍ້ງເກີດຂຶ້ນຈາກການເປິດເຜີຍຂໍ້ມູນສ່ວນຕົວ ໃຫ້ກັບບຸກຄົນທີ່ສາມໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນເຊັ່ນ: ຊື່, ທີ່ຢູ່, ເບີໂທ, ອີເມວ, ບັນຊີທະນະຄານ, ຂໍ້ມູນການນັດໝາຍ, ຂໍ້ມູນການສົນທະນາ, ຮູບພາບ, ສຽງ, ວິດີໂອ ແລະ ອື່ນໆ.

3. ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ

    1. ຖ້າຄົນເຈັບ ຫຼື ທ່ານໝໍຕ້ອງລວບລວມຂໍ້ມູນຫຼັກຖານຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຮູບພາບ, ສຽງ, ວິດີໂອ ແລະ ຂໍ້ມູນອື່ນໆທີ່ສາມາດເປັນຫຼັກຖານໄດ້, ສົ່ງຄໍາຮຽກຮ້ອງເປັນລາຍລັກອັກສອນໃຫ້ໂອກາດແຄຣ ຜ່ານອີເມວ: info@okardcare.com ພາຍໃນ 15 ວັນລັດຖະການ.
    2. ໂອກາດແຄຣຈະເປັນຜູ້ກວດສອບບັນຫາຂໍ້ຂັດແຍ້ງດັ່ງກ່າວວ່າເກີດຂື້ນຢູ່ໃສ່, ເວລາໃດ, ແມ່ນໃຜແລະ ອື່ນໆ.
    1. ໂອກາດແຄຣຈະເຮັດຫນ້າທີ່ເປັນຜູ້ໄກ່ເກ່ຍທີ່ເປັນກາງລະຫວ່າງຂໍ້ຂັດແຍ້ງດັ່ງກ່າວຕາມນະໂຍບາຍແລະ ເງື່ອນໄຂຕ່າງໆຂອງໂອກາດແຄຣ.
    2. ທັງສອງຝ່າຍຕ້ອງຮ່ວມມືກັນຢ່າງສັດຊື່ ແລະ ໃຫ້ຂໍ້ມູນລາຍລະອຽດທີ່ກ່ຽວຂ້ອງ (ເຊັ່ນ: ບັນທຶກການປຶກສາຫາລື, ບັນທຶກການສົນທະນາ ຫຼື ຫຼັກຖານນອື່ນໆທີ່ກ້ຽວຂ້ອງ).
    3. ຖ້າໂອກາດແຄຣບໍ່ສາມາດໄກ່ເກ່ຍໃຫ້ບັນລຸຂໍ້ຕົກລົງ, ໂອກາດແຄຣ ພ້ອມໃຫ້ການຮ່ວມມືທັງສອງຝ່າຍ ໃນການແກ້ໄຂຂໍ້ຂັດແຍ້ງພາກສ່ວນທີ່ກ່ຽວຂ້ອງພາຍໃຕ້ກົດໝາຍຂອງ ສປປລາວ.

4. ການປິດບັນຊີ

  1. ການລຶບບັນຊີໃດໜຶ່ງອອກຈາກລະບົບ ແມ່ນບໍ່ສາມາດກູ້ຄືນໄດ້ ລວມທັງປະຫວັດການໃຊ້ງານທັງໝົດ ແລະ ລາຍການບັນທຶກຕ່າງໆທັງໝົດຈະຖືກລຶບຢ່າງຖາວອນ, ແຕ່ຕ້ອງຜ່ານການກວດສອບ ແລະ ຄຳຮ້ອງຂໍຈາກເຈົ້າຂອງບັນຊີເປັນລາຍລັກອັກສອນຢ່າງຖຶກຕ້ອງກ່ອນອະນຸມັດການລົບ.
  2. ການລຶບແມ່ນບໍ່ສາມາດກູ້ຄືນໄດ້ ລວມທັງປະຫວັດການໃຊ້ງານທັງໝົດ ແລະ ບັນທຶກການຈ່າຍເງິນທັງໝົດຈະຖືກລຶບຢ່າງຖາວອນ, ແຕ່ຕ້ອງຜ່ານການກວດສອບບັນຊີຢ່າງຖຶກຕ້ອງກ່ອນອະນຸມັດການລົບ.
  3. ບັນຊີໃດທີ່ບໍ່ມີການເຄື່ອນໄຫວເປັນໄລຍະເວລາ 1 ປີ ລະບົບຈະລົບອອກໂດຍອັດໂຕໂນມັດ, ແຕ່ລະບົບຈະແຈ້ງທາງອີແມວລ່ວງໜ້າເປັນເວລາ 1 ເດືອນ.
  4. ໂອກາດແຄຣ ອາດຈະລະງັບ ຫຼື ປິດບັນຊີໃນກໍລະນີມີການສໍ້ໂກງ, ການໃຊ້ໃນທາງທີ່ຜິດ, ຫຼື ການລະເມີດນະໂຍບາຍ
  5. ການຈ່າຍເງິນ ຫຼື ການຄືນເງິນທີ່ຄົງຄ້າງຈະຕ້ອງຖືກຊໍາລະກ່ອນການລຶບບັນຊີ.
Loading...
ເງື່ອນໄຂ ແລະເງື່ອນໄຂຂອງຄົນເຈັບ | ການດູແລສຸຂະພາບ ໂອກາດແຄຣ