ກົດລະບຽບ ແລະ ເງື່ອນໄຂຂອງຜູ້ໃຫ້ບໍລິການ

ວັນທີມີຜົນບັງຄັບໃຊ້: ວັນທີ 08 ສີງຫາ 2025

1. ເງື່ອນໄຂຂອງການໃຫ້ບໍລິການ

    1. ຄຸນສົມບັດຜູ້ສະໝັກທ່ານໝໍ

    1. ຜູ້ສະຫມັກຕ້ອງມີໃບຢັ້ງຢື່ນຈົບການສຶກສາ ແລະ ໃບອະນຸຍາດປິ່ນປົວ ຈາກກົມປິ່ນປົວຂອງ ກະຊວງສາທາລະນະສຸກ ຢ່າງຖືກຕ້ອງໃນຂະແໜງການທີ່ສະໝັກ ເພື່ອການດໍາເນີນການອະນຸມັດ ຕາມຂັ້ນຕອນໃຫ້ຖືກຕ້ອງຕາມກົດໝາຍ.
    2. ຜູ້ບໍ່ເຄີຍຖືກລົງວິໄນທາງດ້ານອາຊິບການປິ່ນປົວ ຫຼື ລົງໂທດທາງອາຍາ ຍ້ອນການກະທຳຜິດໂດຍເຈດຕະນາ ໂດຍມີການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ.
    3. ຜູ້ສະໝັກຕ້ອງມີປະສົບການຫຼາຍປີ ແລະ ຄວາມຮູ້ສະເພາະດ້ານ ພ້ອມທັງຮູ້ຈັກ ສະຖານທີ່ປິ່ນປົວ, ບັນບັດ ແລະ ຮັກສາ ທັງພາຍໃນ ແລະ ຕ່າງປະເທດ ທີ່ຕອບໂຈດທີ່ສຸດ ໃນຂະແໜງການທີ່ຊ່ຽວຊານ ທີ່ມີຄຸນນະພາບ ທາງດ້ານການໃຫ້ບໍລິການ ແລະ ການປິ່ນປົວ ຢ່າງລະອຽດ.

    2. ຄວາມຮັບຜິດດ້ານວິຊາຊີບ

    1. ຜູ້ສະໝັກທຸກຄົນ ສາມາດໃຫ້ບໍລິການສຸກເສີນ ແລະ ສ້າງຕາຕະລາງການນັດໝາຍໂດຍບໍມີຂໍ້ຈໍາກັດ.
    2. ສື່ສານກັບຄົນເຈັບຢ່າງສຸພາບ ແລະ ດ້ວຍຄວາມເຄົາລົບ, ຫຼີກລ່ຽງພາສາ ຫຼືພຶດຕິກໍາທີ່ອາດເຮັດໃຫ້ເກີດຄວາມຢ້ານກົວ, ຄວາມທຸກໃຈ, ຫຼືຄວາມເສຍຫາຍທາງດ້ານຈິດໃຈ.
    3. ໃຫ້ຄໍາແນະນໍາ ອາການຂອງຄົນເຈັບ ຫຼື ພະຍາດຂອງຄົນເຈັບຢ່າງລະອຽດ ໃຫ້ຄົນເຈັບຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍ ແລະ ຜົນດີ ຕໍ່ການທີ່ຈະໄປຮັກສາ ຫຼື ປິ່ນປົວຢ່າງຖືກຕ້ອງ ແລະ ຊັດເຈນ ໃຫ້ຄົນເຈັບເຂົ້າໃຈຢ່າງລະອຽດ.
    4. ຖ້າວ່າອາການຂອງຄົນເຈັບ ຈໍາເປັນຕ້ອງໄດ້ຮັບການປິ່ນປົວ ບໍ່ວ່າໄວ ຫຼື ຊ້າ ແມ່ນຕ້ອງ ໃຫ້ຄໍາແນະນໍາ ສະຖານທີ່ປິ່ນປົວເຊັ່ນ: ໂຮງໝໍ, ຄລີນິກ, ສະຖານທີ່ບັນບັດ ແລະ ອື່ນໆ ໃຫ້ສອດຄ້ອງກັບການປິ່ນປົວ ທີ່ມີຄວາມເຊື່ອຖືໄດ້ສູງ ທາງດ້ານຄຸນນະພາບ ແລະ ການໃຫ້ບໍລິການທີ່ດີ ໃຫ້ແກ່ຄົນເຈັບ.
    5. ຕ້ອງປະຕິບັດໂມງເວລາ ທີ່ຕົນໄດ້ລະບຸ ຫຼື ໄດ້ຮັບການນັດໝາຍກັບຄົນເຈັບໃນຕາຕະລາງຢ່າງເຄັ່ງຄັດ, ຫາກວ່າ, ມີເຫດສຸກເສີນ ແມ່ນໃຫ້ແຈ້ງໃນລະບົບ ເພື່ອປ່ຽນ ທ່ານໝໍຄົນໃໝ່ໃຫ້ກັບຄົນເຈັບ ໃຫ້ກົງກັບເວລານັດໝາຍ, ຖ້າບໍ່ແຈ້ງທາງລະບົບເພື່ອການຫາທ່ານໝໍຄົນໃໝ່ໃຫ້ຄົບເຈັບ ລະບົບຈະຕັດສິດການໃຫ້ບໍລິການຊົ່ວຄາວ ຈົນກວ່າໄດ້ຮັບການພິຈາລະນາຄືນໃໝ່.
    6. ຕ້ອງເກັບຂໍ້ມູນຂອງຄົນເຈັບເປັນຄວາມລັບ ແລະ ບໍ່ໃຫ້ເອົາຄວາມລັບຂອງຄົນເຈັບອອກສູ່ສັງຄົມ ໃນທຸກໆຊ່ອງທາງຢ່າງເດັດຂາດ.

    3. ຄ່າຕອບແທນ ແລະ ຜົນປະໂຫຍດ

    1. ໂທປຶກສາ 900ກີບຕໍ່ນາທີ.
    2. ໃຫ້ບໍລິການສຸກເສີນ 1,800ກີບຕໍ່ນາທີ.
    3. ລາຍໄດ້ແມ່ນຄິດໄລ່ເປັນລາຍວັນ, ອາທິດ, ແລະ ລາຍເດືອນ.
    4. ການຖອນເງິນ: 1 ຄັ້ງຕໍ່ມື້, ສູງສຸດ 1,000,000 ກີບ.
    5. ຍອດຄ້າງໃນບັນຊີ 50,000 ກີບ.

    4. ຜົນປະໂຫຍດເພີ່ມເຕີມ.

    1. ເປັນໂອກາດໃນການປະກອບສ່ວນເຂົ້າໃນການຊ່ວຍຊີວິດ, ດູແລຮັກສາຊີວິດ ແລະ ໃຫ້ການສຶກສາທາງດ້າງສຸຂະສຶກສາໃຫ້ແກ່ປະຊາຊົນ.
    2. ແບ່ງປັນຂໍ້ມູນ ແລະ ຄວາມຮູ້ທີ່ຖືກຕ້ອງ ໃຫ້ກັບປະຊາຊົນ.
    3. ເສີມຂະຫຍາຍຊື່ສຽງດ້ານວິຊາຊີບຂອງຕົນເອງ ແລະ ການຍອມຮັບຈາກສັງຄົມ.

2. ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ

    1. ຖ້າຄົນເຈັບ ຫຼື ທ່ານໝໍຕ້ອງລວບລວມຂໍ້ມູນຫຼັກຖານຕ່າງໆທີ່ກ່ຽວຂ້ອງເຊັ່ນ: ຮູບພາບ, ສຽງ, ວິດີໂອ ແລະ ຂໍ້ມູນອື່ນໆທີ່ສາມາດເປັນຫຼັກຖານໄດ້, ສົ່ງຄໍາຮຽກຮ້ອງເປັນລາຍລັກອັກສອນໃຫ້ໂອກາດແຄຣ ຜ່ານອີເມວ: info@okardcare.com ພາຍໃນ 15 ວັນລັດຖະການ.
    2. ໂອກາດແຄຣຈະເປັນຜູ້ກວດສອບບັນຫາຂໍ້ຂັດແຍ້ງດັ່ງກ່າວວ່າເກີດຂື້ນຢູ່ໃສ່, ເວລາໃດ, ແມ່ນໃຜແລະ ອື່ນໆ.
    1. ໂອກາດແຄຣຈະເຮັດຫນ້າທີ່ເປັນຜູ້ໄກ່ເກ່ຍທີ່ເປັນກາງລະຫວ່າງຂໍ້ຂັດແຍ້ງດັ່ງກ່າວຕາມນະໂຍບາຍແລະ ເງື່ອນໄຂຕ່າງໆຂອງໂອກາດແຄຣ.
    2. ທັງສອງຝ່າຍຕ້ອງຮ່ວມມືກັນຢ່າງສັດຊື່ ແລະ ໃຫ້ຂໍ້ມູນລາຍລະອຽດທີ່ກ່ຽວຂ້ອງ (ເຊັ່ນ: ບັນທຶກການປຶກສາຫາລື, ບັນທຶກການສົນທະນາ ຫຼື ຫຼັກຖານນອື່ນໆທີ່ກ້ຽວຂ້ອງ).
    3. ຖ້າໂອກາດແຄຣບໍ່ສາມາດໄກ່ເກ່ຍໃຫ້ບັນລຸຂໍ້ຕົກລົງ, ໂອກາດແຄຣ ພ້ອມໃຫ້ການຮ່ວມມືທັງສອງຝ່າຍ ໃນການແກ້ໄຂຂໍ້ຂັດແຍ້ງພາກສ່ວນທີ່ກ່ຽວຂ້ອງພາຍໃຕ້ກົດໝາຍຂອງ ສປປລາວ.

3. ການປິດບັນຊີ

  1. ການລຶບບັນຊີໃດໜຶ່ງອອກຈາກລະບົບ ແມ່ນບໍ່ສາມາດກູ້ຄືນໄດ້ ລວມທັງປະຫວັດການໃຊ້ງານທັງໝົດ ແລະ ລາຍການບັນທຶກຕ່າງໆທັງໝົດຈະຖືກລຶບຢ່າງຖາວອນ, ແຕ່ຕ້ອງຜ່ານການກວດສອບ ແລະ ຄຳຮ້ອງຂໍຈາກເຈົ້າຂອງບັນຊີເປັນລາຍລັກອັກສອນຢ່າງຖຶກຕ້ອງກ່ອນອະນຸມັດການລົບ.
  2. ການລຶບແມ່ນບໍ່ສາມາດກູ້ຄືນໄດ້ ລວມທັງປະຫວັດການໃຊ້ງານທັງໝົດ ແລະ ບັນທຶກການຈ່າຍເງິນທັງໝົດຈະຖືກລຶບຢ່າງຖາວອນ, ແຕ່ຕ້ອງຜ່ານການກວດສອບບັນຊີຢ່າງຖຶກຕ້ອງກ່ອນອະນຸມັດການລົບ.
  3. ບັນຊີໃດທີ່ບໍ່ມີການເຄື່ອນໄຫວເປັນໄລຍະເວລາ 1 ປີ ລະບົບຈະລົບອອກໂດຍອັດໂຕໂນມັດ, ແຕ່ລະບົບຈະແຈ້ງທາງອີແມວລ່ວງໜ້າເປັນເວລາ 1 ເດືອນ.
  4. ໂອກາດແຄຣ ອາດຈະລະງັບ ຫຼື ປິດບັນຊີໃນກໍລະນີມີການສໍ້ໂກງ, ການໃຊ້ໃນທາງທີ່ຜິດ, ຫຼື ການລະເມີດນະໂຍບາຍ
  5. ການຈ່າຍເງິນ ຫຼື ການຄືນເງິນທີ່ຄົງຄ້າງຈະຕ້ອງຖືກຊໍາລະກ່ອນການລຶບບັນຊີ.
Loading...
ເງື່ອນໄຂ ແລະເງື່ອນໄຂຂອງທ່ານຫມໍ | ການດູແລສຸຂະພາບ ໂອກາດແຄຣ